ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ສອນສ້າງເວັບໄຊດ້ວຍ WordPress ແລະ Joomla

​ສອນ​ສ້າງ​ເວັບ​ໄຊ​ບໍ​ລິ​ສັດ ທຸ​ລະ​ກິດ ຫຼື ອື່ນໆ ເນັ້ນ​ການ​ອອກ​ແບບ. ດ້ວຍ​ເນື້ອ​ໃນ​ທີ່​ຄົບ​ຖ້ວນ ພ້ອມ​ເທັກ​ນິກການ​ສອນ​ສະ​ເພາະ​ທາງ ຖືກ​ຈຸດ ຮຽນ​ແລ້ວ​ນຳ​ໄປ​ໃຊ້​ໄດ້​ແທ້ ພ້ອ​ມ​ທັງ​ບອກ​ເຕັກ​ນິກ​ການ​ສ້າງ​ເວັບ​ໄຊ ທີ່ບໍ່​ມີ​ໃຜ​ເຄີຍບອກ.

Course ນີ້ ເໝາະກັບໃຜແດ່ ?

ເນື້ອໃນບົດຮຽນ

  1. ການສ້າງເວັບໄຊ ຈະເລີ່ມຈາກໃສດີ ?
  2. ຄວາມຮູ້ພື້ນຖານກ່ຽວກັບເວັບໄຊ
  3. ເວັບໂຮສຕິງແມ່ນຫຍັງ? ເລືອກແນວໃດ໋ ?
  4. ໂດເມນແມ່ນຫຍັງ? ເລືອກແນວໃດ່ ?
  5. ວິທີການເຊົ່າໂດເມນ ແລະ ໂຮສຕິງ ເຮັດແນວໃດ໋ ?
  6. SEO ແມ່ນຫຍັງ ?
  7. ຫຼັກການອອກແບບເວັບໄຊທີ່ຄວນຮູ້
  1. WordPress/Joomla ຄືຫຍັງ ? ແລະ ເຮັດວຽກແນວໃດ ?
  2. ການຕັ້ງຄ່າ WordPress/Joomla ໃຫ້ພ້ອມນຳໃຊ້
  1. ກຳນົດເປົ້າໝາຍຂອງເວັບໄຊ
  2. ອອກແບບເວັບໄຊ
  3. ຮ່າງໜ້າຕາເວັບໄຊ ແຕ່ລະເມນູ ແລະ ກະກຽມຂໍ້ມູນ (ຂໍ້ຄວາມ ແລະ ຮູບພາບ)
  4. ຕິດຕັ້ງ Theme ແລະ Plugin
  5. ຕັ້ງຄ່າ Theme ແລະ Plugin ທີ່ຕິດຕັ້ງແລ້ວ
  6. ເລີ່ມນຳໃຊ້ Page Builder ໃນການສ້າງເວັບໄຊ
  7. ສ້າງແຕ່ລະໜ້າ ແລະ ເອົາຂໍ້ມູນເຂົ້າ
    (ເວລາສ່ວນນີ້ຂຶ້ນກັບຜູ້ເຂົ້າຮ່ວມຝຶກອົບຮົມ)
  8. ມີວຽກບ້ານໃຫ້ເຮັດ ເພື່ອບໍ່ໃຫ້ຜູ້ຮຽນໄດ້ຝຶກທັກສະ

ສິ່ງທີ່ຈະໄດ້ຮັບ

ຈຳນວນຊົ່ວໂມງ

8 ຊົ່ວໂມງ (ແບ່ງເປັນ 2 ມື້)

ຄ່າຮຽນ ຜ່ານ Google meet

2.000.000 ກີບ

ເຊົ່າຊື່ເວັບໄຊ ແລະ ຝາກຂໍ້ມູນເວັບໄຊ

cPanel hosting ເປັນລະບົບຄຸ້ມຄອງທີ່ນິຍົມຫຼາຍທີ່ສຸດສໍາລັບການຝາກຂໍ້ມູນເວັບໄຊ. ເປັນສິ່ງທີ່ນັກພັດທະນາເວັບໄຊຫຼາຍຄົນ ເນື່ອງຈາກປະສິດທິພາບທີ່ດີທີ່ສຸດ, ມີການປັບປຸງຢ່າງຕໍ່ເນື່ອງ ແລະ ເກັບຮວບຮວມຄຸນສົມບັດທີ່ມີປະໂຫຍດ ຊຶ່ງທ່ານສາມາດເລືອກ ເຊັ່ນ: ລະບົບ cPanel hosting ທີ່ມາພ້ອມກັບໃບຢັ້ງຢືນ SSL ຟຣີ (Free SSL certificate). ເລືອກ cPanel hosting ແລະ ຈັດການເວັບໄຊຂອງທ່ານ ຢ່າງມືອາຊີບ.

* ເຊົ່າຊື່ເວັບໄຊ (Domain Name) ເຊັ່ນ: *.com, *.org, *.net ແລະ ອື່ນໆ. ລາຄາ: 450.000ກີບ / 1ປີ

cPanel Hosting Silver Package

cPanel Hosting Gold Package

ຂັ້ນຕອນ ການເຊົ່າ ແລະ ຂໍນຳໃຊ້ບໍລິການ

ຂັ້ນຕອນທີ 1:

ທ່ານເລືອກ Web Hosting Package ທີ່ທ່ານຕ້ອງການ ນຳໃຊ້ ຫາກທ່ານບໍ່ເຂົ້າໃຈທ່ານສາມາດ ຕິດຕໍ່ຫາພວກເຮົາກ່ອນ ການຕັດສິນໃຈເລືອກ

ຂັ້ນຕອນທີ 2:

ຕິດຕໍ່ ແລະ ແຈ້ງພວກເຮົາຜ່ານທາງອີເມວ ວ່າທ່ານເລືອກ Web Hosting Package ໃດ໋

ຂັ້ນຕອນທີ 3:

ທ່ານໂອນເງິນ ເຂົ້າບັນຊີຂອງພວກເຮົາ ຕາມຈຳນວນຂອງລາຄາ Web Hosting Package ທີ່ທ່ານເລືອກ, ພ້ອມທັງ ສົ່ງສະລິບການໂອນເງິນ ໃຫ້ພວກເຮົາຜ່ານຊ່ອງທາງ ໃນຂໍ້ 2

ຂັ້ນຕອນທີ 4:

ເມື່ອພວກເຮົາໄດ້ຮັບເງິນໂອນແລ້ວ ພວກເຮົາຈະດຳເນີນການເຊັດອັບລະບົບ ພາຍໃນເວລາ 24ຊົ່ວໂມງ ພ້ອມທັງສົ່ງລາຍລະອຽດ ຊື່ ແລະ ລະຫັດຜ່ານ ເຂົ້ານຳໃຊ້ Web Hosting ໃຫ້ທ່ານທາງ ອີເມວ ແລະ ຊ່ອງທາງອື່ນຕາມການຕົກລົງ