ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ນະໂຍບາຍຄວາມເປັນສ່ວນຕົວ

​ນິ​ຍາມ ຂໍ້​ມູນ​ສ່ວນບຸກ​ຄົນ

ຂໍ້​ມູນ​ສ່ວນ​ບຸກ​ຄົນ ໝາຍ​ເຖິງ ​ຂໍ້​ມູນກ່ຽວ​ກັບ​ບຸກ​ຄົນ ຊຶ່ງ​​ເຮັດ​ໃຫ້​​ສາ​ມາດລະ​ບຸ​ຕົວ​ບຸກ​ຄົນນັ້ນ​ໄດ້​ບໍ່​ວ່າ​ທາງ​ກົງ ຫຼື ທາງ​ອ້ອມ.

ຂໍ້​ມູນ​ສ່ວນບຸກ​ຄົນທີ່​ເກັບ​ຮວບ​ຮວມ

laowebmaster ຈະໃຊ້ວິທີການທີ່ຖືກຕ້ອງຕາມກົດໝາຍ ແລະ ເປັນ​ທຳ​ໃນ​ການເກັບກຳຂໍ້ມູນສ່ວນຕົວບຸກ​ຄົນ​ຢ່າງ​ຈຳ​ກັດ ເທົ່າ​ທີ່ຈຳເປັນ ພາຍໃຕ້ຈຸດປະສົງຂອງການເຮັດວຽກຂອງ laowebmaster ທີ່​ເປັນ ໂດຍ​ຈະເກັບກໍາຂໍ້ມູນສ່ວນ​ບຸກ​ຄົນ ຂອງທ່ານ ດັ່ງຕໍ່ໄປນີ້:

ຢ່າງໃດກໍຕາມ, ຂໍ້ມູນສ່ວນບຸກຄົນດັ່ງກ່າວແມ່ນມີຄວາມຈໍາເປັນສໍາລັບການເຮັດ​ວຽກຂອງ laowebmaster ນີ້ ຖ້າ​ຫາກບໍ່​ມີ​ຂໍ້​ມູນ​ດັ່ງ​ກ່າວ ລະບົບຈະບໍ່ສາມາດເຮັດວຽກໄດ້ຢ່າງສົມບູນ ຜູ້ນຳໃຊ້ເປັນ​ຜູ້​ເລືອກ ໄດ້​ວ່າ​ຈ​ະທຶກຂໍ້ມູນສ່ວນຕົວອື່ນໃດ ແລະ ຍິນ​ດີ​ທີ່ຈະເປີດເຜີຍຂໍ້ມູນດັ່ງກ່າວໃຫ້ກັບບຸກຄົນ ຫຼື ໜ່ວຍງານອື່ນ ຫຼື ບໍ ?

ແຫຼ່ງ​ທີ່​ມາ​ຂອງຂໍ້​ມູນ​ສ່ວນ​ບຸກ​ຄົນ​

laowebmaster ໄດ້ຮັບຂໍ້ມູນສ່ວນຕົວ ໂດຍ​​ຄວາມສະໝັກ​ໃຈ​ຂອງ​ຜູ້​ນຳໃຊ້​ເທົ່າ​ນັ້ນ​ ໂດຍການລົງທະບຽນ​ນຳ​ໃຊ້ laowebmaster ຈ​ະ​ຖື​ເປັນ​ການຍອມຮັບເງື່ອນ​ໄຂ​ການນໍາໃຊ້ ແລະ ອະນຸຍາດໃຫ້ລະບົບຈັດ​ເກັບ, ນໍາໃຊ້ ແລະ ເປີດເຜີຍຂໍ້ມູນ ເຫຼົ່າ​ນັ້ນ ໄດ້ຕາມຈຸດປະສົງ.

ຈຸດປະສົງຂອງການເກັບກໍາຂໍ້ມູນສ່ວນບຸກຄົນ

laowebmaster ຈະເກັບກໍາຂໍ້ມູນສ່ວນຕົວຂອງທ່ານເພື່ອນໍາໄປໃຊ້ ຫຼື ເປີດເຜີຍເທົ່າ​ທີ່ຈໍາເປັນ ພາຍໃຕ້ຈຸດປະສົງໃນການບໍລິການ. laowebmaster ຈະບໍ່ດຳ​ເນີນ​ການອື່ນໆທີ່ແຕກຕ່າງຈາກສິ່ງທີ່​ໄດ້ລະບຸໄວ້ໃນຈຸດປະສົງ ເວັ້ນເສຍແຕ່ວ່າມັນ​ຖືກ​ກຳ​ນົດ​ໄວ້​ໃນກົດໝາຍ ຫຼື ມີ​ໜັງ​ສື​ສະ​ເໜີຂໍທີ່ສາມາດປະຕິບັດໄດ້ຕາມກົດ​ໝາຍ ເຊັ່ນ: ເພື່ອຄວາມຈຳ​ເປັນໃນ​ການປ້ອງກັນສຸຂະພາບ ແລະ ພະຍາດຕິດຕໍ່ອັນຕະລາຍ.

ການເກັບກໍາຂໍ້​ມູນ, ນໍາໃຊ້ ຫຼື ເປີດເຜີຍຂໍ້ມູນສ່ວນບຸກຄົນ

laowebmaster ຈະດຳ​ເນີນ​ການ​ເກັບຂໍ້ມູນສ່ວນຕົວຂອງທ່ານ ໃນ​ການເກັບ​ຮວບ​ຮວ​ມ, ນໍາໃຊ້ ແລະ ເປີດເຜີຍຂໍ້ມູນສ່ວນບຸກຄົນບໍ່​ໄດ້ຮັບການຍິນຍອມເຫັນດີຈາກທ່ານ ຕາມຈຸດປະສົງທີ່ລະບຸໄວ້ເທົ່າ​ນັ້ນ ນອກ​ຈາກນີ້ laowebmaster ​ອາດ​ຈະ​ຈໍາ​ເປັນ​ຕ້ອງ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ຂອງ​ທ່ານ​ກັບ​ເຈົ້າ​ໜ້າ​ທີ່​ ຫຼື​ ​ໜ່ວຍ​ງານ​ທີ່​ມີ​ອໍາ​ນາດ​ທາງ​ດ້ານ​ກົດ​ໝາຍ​ ເຊັ່ນ​: ການພິ​ຈາ​ລະ​ນາຄະດີຂອງ​ສານ ແລະ ການດຳ​ເນີນ​ງານ ຂອງເຈົ້າໜ້າທີ່ໃນຂະບວນ​ພິ​ຈາ​ລະ​ນາ​ຄະ​ດີ.

ການເກັບຮັກສາ ແລະ ໄລ​ຍະ​ເວ​ລາ​ການເກັບຮັກສາຂໍ້ມູນສ່ວນບຸກຄົນ

laowebmaster ​ຄຳ​ນຶງ​ເຖິງຄວາມສໍາຄັນຂອງການຮັກສາ​ຄວາມ​ປອດ​ໄພ​ຂອງຂໍ້ມູນສ່ວນຕົວຂອງທ່ານ laowebmaster ຈຶ່ງ​ກຳ​ນົດ​ໃຫ້​ມີມາດຕະການ​ໃນ​ການຮັກສາຄວາມ​ໝັ້ນ​ຄົງ ຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນ ຢ່າງ​ເໝາ​ະສົມ ແລະ ສອດຄ່ອງກັບການ​ຮັກ​ສາຄວາມລັບ. ແລະ ປ້ອງກັນການເຂົ້າເຖິງ, ການທໍາລາຍ, ການນໍາໃຊ້, ການປ່ຽນແປງ, ການແກ້​ໄຂ ຫຼື ການເປີດເຜີຍຂໍ້ມູນສ່ວນບຸກຄົນ ໂດຍ​ບໍ່​ມີ​ສິດ ​ຫຼື​ ຜິດ​ກົດໝາຍ​.

ໂດຍມີໄລຍະເວລາ ການ​ຈັດເກັບຂໍ້ມູນສ່ວນຕົວຕະຫຼອດ​ໄລ​ຍະ​ເວ​ລາ ການນໍາໃຊ້ laowebmaster ເພື່ອໃຫ້ລະບົບເຮັດວຽກໄດ້ຢ່າງສົມບູນ ທັ້ງ​ນີ້ ເມື່ອໝົດໄລຍະເວລາການເກັບຮັກສາ ແລະ ບໍ່ມີເຫດຜົນທີ່ຈະຮັກສາຂໍ້ມູນສ່ວນຕົວນັ້ນຕໍ່​ໄປ ບໍ​ລິ​ສັດຈະ​ລຶບ ຫຼື ທຳລາຍຂໍ້ມູນສ່ວນຕົວຂອງທ່ານ.

ສິດຂອງ​ເຈົ້າ​ຂອງຂໍ້ມູນ

ທ່ານ​ມີ​ສິດ​ທີ່​ຈະ​ດໍາ​ເນີນ​ການ​ ໄດ້​ແກ່ ​ສິດ​ທີ່​ຈະ​ຖອນ​ການ​ຍິນ​ຍອມ​ຂອງ​ທ່ານ​, ສິດ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​, ສິດ​ທີ່​ຈະ​ຄັດ​ຄ້ານ​ການ​ເກັບ​ກໍາ​, ການ​ນໍາ​ໃຊ້​ ຫຼື​ ການ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​, ສິດ​ໃນ​ການ​ລຶບ​ ແລະ​ ແກ້​ໄຂ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​. ເວັ້ນເສຍແຕ່ວ່າມີການຈໍາກັດສິດໂດຍກົດໝາຍ. ທ່ານສາມາດຕິດຕໍ່ laowebmaster ເພື່ອໃຫ້​ດຳ​ເນີນ​ການຕາມສິດຂ້າງເທິງ​ໄດ້ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ແລະ​ ຈະ​ແຈ້ງ​ຜົນ​ຕາມ​ການ​ຮ້ອງ​ຂໍ​ພາຍ​ໃນ 30​ມື້ ຖ້າພົບເຫັນການຮົ່ວ​ໄຫຼ​ຂອງຂໍ້ມູນ laowebmaster ຈະແຈ້ງໃຫ້ທ່ານຊາບພາຍໃນ 72 ຊົ່ວໂມງ.

ຕິດຕໍ່ຜູ້ຄຸມຄອງຂໍ້ມູນສ່ວນ​ບຸກ​ຄົນ

laowebmaster (ດຳເນີນງານໂດຍ ​ທ່ານ ວິ​ທະ​ຍາ ສຸ​ພາ​ລັກ) ​ເຮືອນ​ເລກ​ທີ: 175, ໜ່ວຍ: 16, ບ້ານດອນ​ແດງ, ເມືອງ​ຈັນ​ທະ​ບູ​ລີ, ​ນະ​ຄອນຫຼວງວຽງ​ຈັນ. ສ​ປ​ປ ລາວ. admin@laowebmaster.com