ຮັບອອກແບບ ແລະ ສ້າງເວັບໄຊ
ຮັບອອກແບບ ແລະ ສ້າງເວັບໄຊ ດ້ວຍ WordPress ຫຼື Joomla ຕາມຄວາມຕ້ອງການຂອງລູກຄ້າ ທີ່ມີເອກະລັກສະເພາະ ແບບມືອາຊີບ ແລະ ມີຄຸນນະພາບສູງ.
ສ້າງເວັບໄຊ ດ້ວຍ WordPress
- ຊື່ເວັບໄຊ (Domain name) = 500.000 ກີບ/1ປີ (ຈ່າຍທຸກປີ)
- ບ່ອນເກັບຂໍ້ມູນ (Web Hosting) = 2.500.000 ກີບ/1ປີ (ຈ່າຍທຸກປີ)
- ອອກແບບ ໍແລະ ສ້າງເວັບໄຊ = 5.000.000 ກີບ (ຈ່າຍຄັ້ງດຽວ)
- ອອກແບບໜ້າເວັບໄຊ ແລະ ສ້າງໜ້າເວັບໄຊ ຕາມແຕ່ລະເມນູ
- ມີລະບົບຫຼັງບ້ານ (Back-end) ສຳລັບປ້ອນ ແລະ ແກ້ໄຂຂໍ້ມູນ
- ຕິດຕັ້ງປລັກອິນ ແລະ ເຊື່ອມຕໍ່ກັບ Social Media
- ປັບແຕ່ງການສະແດງຜົນທຸກຂະໜາດໜ້າຈໍ (Responsive)
- ຕິດຕັ້ງລະບົບ SSL ເພື່ອຄວາມປອດໄພຂອງເວັບໄຊ (https://)
- ໃສ່ແຜນທີ່ Google Maps ທີ່ຕັ້ງບໍລິສັດ
- ຕິດຕັ້ງລະບົບ Live Chat / ປຸ່ມຕິດຕໍ່ຜ່ານ Messenger
- ຕິດຕັ້ງລະບົບ SEO
- ແກ້ໄຂໜ້າເວັບໄຊ ໄດ້ 3 ຄັ້ງ/1ໜ້າ
- ໄລຍະເວລາໃນການສ້າງ 20 ວັນ ລັດຖະການ (ບໍ່ລວມແກ້ໄຂວຽກ)
- ແກ້ໄຂບັນຫາ ແລະ ໃຫ້ຄຳປຶກສາຟຣີ ຕະຫຼອດອາຍຸການນຳໃຊ້ 1 ປີ
- ມີຄູ່ມືຄຸ້ມຄອງ ແລະ ປ້ອນຂໍ້ມູນ ເຂົ້າເວັບໄຊໃຫ້ພ້ອມ
- ຝຶກອົບຮົມການຄຸ້ມຄອງ ແລະ ປ້ອນຂໍ້ມູນເຂົ້າເວັບໄຊ ກໍລະນີເຈົ້າຂອງເວັບໄຊ ມີຜູ້ຮັບຜິດຊອບ
- ຄຸ້ມຄອງບຳລຸງຮັກສາ ແກ້ໄຂບັນຫາເອີເຣີໂຄສ ຫຼື ຖືກແຮ໊ກ ຟຣີ 1ປີ, ປີທີ 2 ເສຍຄ່າ 1,000,000ກີບ/1ປີ
ລວມທັງໝົດ 8.000.000 ກີບ
ຂັ້ນຕອນໃນການສ້າງເວັບໄຊ
ຂັ້ນຕອນທີ 1:
ປະຊຸມ ຫຼື ລົມກັນ ແບບເຊິ່ງໜ້າ ຫຼື ອອນລາຍ ກ່ຽວກັບ ຄວາມຕ້ອງການຂອງລູກຄ້າ ແລະ ປະເມີນລາຄາ ເພື່ອກຳນົດກອບວຽກຮ່ວມກັນ
ຂັ້ນຕອນທີ 2:
ເມື່ອລູກຄ້າ ແລະ ພວກເຮົາ ຕົກລົງກັນແລ້ວ ພວກເຮົາຈະສົ່ງໃບສະເໜີລາຄາ, ເຊັນສັນຍາ ແລະ ສົ່ງ ຊ່ອງທາງຊໍາລະເງິນ ໃຫ້ລູກຄ້າ ລູກຄ້າຊໍາລະເງິນ ຈຳນວນ 70% ຂອງມູນຄ່າທັງໝົດ ເພື່ອເຊົ່າຊື່ເວັບໄຊ ແລະ ບ່ອນເກັບຂໍ້ມູນ
ຂັ້ນຕອນທີ 3:
ລູກຄ້າສົ່ງຂໍ້ມູນທີ່ກ່ຽວຂ້ອງໃຫ້ພວກເຮົາ ພວກເຮົາເລີ່ມອອກແບບເວັບໄຊ ແລະ ເອົາຂໍ້ມູນເຂົ້າ ຊຶ່ງໄລຍະເວລາໃນການເຮັດວຽກຂຶ້ນກັບ (1) ລູກຄ້າສົ່ງຂໍ້ມູນມາໃຫ້ໄວ ແລະ ຄົບຖ້ວນບໍ່, (2) ຄວາມຍາກງ່າຍຂອງລະບົບທີ່ເຮັດ ທາງພວກເຮົາສົ່ງລິ້ງເວັບໄຊໃຫ້ລູກຄ້າ ເພື່ອໃຫ້ມີຄຳເຫັນແກ້ໄຂແຕ່ລະໜ້າ
ຂັ້ນຕອນທີ 4
ສັງລວມຄຳເຫັນຂອງລູກຄ້າ ແລະ ແກ້ໄຂໜ້າເວັບໄຊຕາມຄຳເຫັນຂອງລູກຄ້າ ພ້ອມທັງແຈ້ງລູກຄ້າ ໃຫ້ກວດກາຄວາມຖືກຕ້ອງ ແລະ ແກ້ໄຂ ແຕ່ລະຈຸດ ຕາມຈຳນວນຄັ້ງທີ່ໄດ້ຕົກລົງ ກັນໃນສັນຍາ
ຂັ້ນຕອນທີ 5:
ເມື່ອທຸກຢ່າງສຳເລັດແລ້ວ ທາງເຮົາຈະແຈ້ງໃຫ້ລູກຄ້າຊາບ ແລະ ຈ່າຍເງິນ 30% ທີ່ຍັງເຫຼືອ ແລ້ວທາງເຮົາຈະສົ່ງຄູ່ມື ແລະ ຝຶກອົບຮົມການຄຸ້ມຄອງ ແລະ ປ້ອນຂໍ້ມູນເຂົ້າເວັບໄຊໃຫ້ ກໍລະນີລູກຄ້າມີຜູ້ຮັບຜິດຊອບ