ຮັບສ້າງເວັບໄຊ ຂາຍເຄື່ອງອອນລາຍດ້ວຍ Woocommerce/Virtualmart/OpenCart
ເວັບໄຊຂາຍສິນຄ້າອອນລາຍ ພ້ອມລະບົບຈັດການຮ້ານອອນລາຍ
- ຊື່ເວັບໄຊ (Domain Name) = 350.000ກີບ/1ປີ (ຈ່າຍທຸກປີ)
- ບ່ອນເກັບຂໍ້ມູນ (Web Hosting) = 2.500.000ກີບ/1ປີ (ຈ່າຍທຸກປີ)
- ອອກແບບ ແລະ ສ້າງເວັບໄຊ = 14.000.000ກີບ (ຈ່າຍຄັ້ງດຽວ)
- ມີລະບົບ Shopping Cart
- ມີລະບົບເລືອກສິນຄ້າຕາມໝວດໝູ່
- ມີລະບົບຫຼັງບ້ານ (Back-end) ເພື່ອຈັດການສິນຄ້າ ແລະ ສົ່ງລາຍງານຄຳສັ່ງຊື້
- ມີລະບົບຄູປ໋ອງ ໂປຣໂມຊັນ ແລະ ກຳນົດຊ້ວງຫຼຸດລາຄາ
- ມີລະບົບຄົ້ນຫາສິນຄ້າ
- ຈ່າຍຜ່ານລະບົບ Online ແລະ Offline
- ມີລະບົບຄັ້ງພາບສິນຄ້າ (Gallery)
- ປ້ອນຂໍ້ມູນສິນຄ້າຕົວຢ່າງໃຫ້ 10 ລາຍການ
- ມີລະບົບນັບຈຳນວນຄົນເຂົ້າເບິ່ງເວັບໄຊ
- ຮອງຮັບການສະແດງຜົນທຸກຂະໜາດໜ້າຈໍ (Responsive)
- ຕິດຕັ້ງລະບົບ Google Maps ທີ່ຕັ້ງບໍລິສັດຂອງລູກຄ້າ
- ມີຟອບຕິດຕໍ່ຫາເຈົ້າຂອງຮ້ານ
- ຕິດຕັ້ງລະບົບ Live Chat ປຸ່ມຕິດຕໍ່ຜ່ານ Messenger
- ຕິດຕັ້ງລະບົບ SEO
- ແກ້ໄຂໜ້າເວັບໄຊ 1 ໜ້າບໍ່ເກີນ 3 ຄັ້ງ
- ຕິດຕັ້ງລະບົບ SSL ເພື່ອຄວາມປອດໄພຂອງເວັບໄຊ (https://)
- ໄລຍະເວລາໃນການສ້າງເວັບໄຊ ປະມານ 25 ວັນລັດຖະການ ບໍ່ລວມແກ້ໄຂແຕ່ລະໜ້າ
- ມີຄູ່ມືການຈັດການປ້ອນຂໍ້ມູນໃຫ້
- ຄຸ້ມຄອງບຳລຸງຮັກສາ ແກ້ໄຂບັນຫາເອີເຣີໂຄສ ຫຼື ຖືກແຮ໊ກ ຟຣີ 1ປີທຳອິດ, ປີທີ 2 ເສຍຄ່າ 1,500,000ກີບ/1ປີ. ຖ້າຫາກເຈົ້າຂອງເວັບໄຊມີພະນັກງານຮັບຜິດຊອບແລ້ວ ບໍ່ຈຳເປັນຕ້ອງຈ່າຍ.
ລາຄາເລີ່ມຕົ້ນ 16.850.000 ກີບ
ຂັ້ນຕອນໃນການສ້າງເວັບໄຊ
ຂັ້ນຕອນທີ 1:
ປະຊຸມ ຫຼື ລົມກັນ ກ່ຽວກັບຄວາມຕ້ອງການຂອງລູກຄ້າ ແລະ ປະເມີນລາຄາ ເພື່ອກຳນົດກອບວຽກຮ່ວມກັນ
ຂັ້ນຕອນທີ 2:
ເມື່ອລູກຄ້າ ແລະ ພວກເຮົາ ຕົກລົງກັນແລ້ວ ພວກເຮົາຈະສົ່ງໃບສະເໜີລາຄາ, ເຊັນສັນຍາ ແລະ ສົ່ງ ຊ່ອງທາງຊໍາລະເງິນ ໃຫ້ລູກຄ້າ ລູກຄ້າຊໍາລະເງິນ ຈຳນວນ 70% ຂອງມູນຄ່າທັງໝົດ ເພື່ອເຊົ່າຊື່ເວັບໄຊ ແລະ ບ່ອນເກັບຂໍ້ມູນ
ຂັ້ນຕອນທີ 3:
ລູກຄ້າສົ່ງຂໍ້ມູນທີ່ກ່ຽວຂ້ອງໃຫ້ພວກເຮົາ ພວກເຮົາເລີ່ມອອກແບບເວັບໄຊ ແລະ ເອົາຂໍ້ມູນເຂົ້າ ຊຶ່ງໄລຍະເວລາໃນການເຮັດວຽກຂຶ້ນກັບ (1)ລູກຄ້າສົ່ງຂໍ້ມູນມາໃຫ້ໄວ ແລະ ຄົບຖ້ວນບໍ່, (2) ຄວາມຍາກງ່າຍຂອງລະບົບທີ່ເຮັດ ທາງພວກເຮົາສົ່ງລິ້ງເວັບໄຊໃຫ້ລູກຄ້າ ເພື່ອໃຫ້ມີຄຳເຫັນແກ້ໄຂແຕ່ລະໜ້າ
ຂັ້ນຕອນທີ 4:
ສັງລວມຄຳເຫັນຂອງລູກຄ້າ ແລະ ແກ້ໄຂໜ້າເວັບໄຊຕາມຄຳເຫັນຂອງລູກຄ້າ ພ້ອມທັງແຈ້ງລູກຄ້າ ໃຫ້ກວດກາຄວາມຖືກຕ້ອງ ແລະ ແກ້ໄຂ ແຕ່ລະຈຸດ ຕາມຈຳນວນຄັ້ງທີ່ໄດ້ຕົກລົງ ກັນໃນສັນຍາ
ຂັ້ນຕອນທີ 5:
ເມື່ອທຸກຢ່າງສຳເລັດແລ້ວ ທາງເຮົາຈະແຈ້ງໃຫ້ລູກຄ້າຊາບ ແລະ ຈ່າຍເງິນ 30% ທີ່ຍັງເຫຼືອ ແລ້ວທາງເຮົາຈະສົ່ງຄູ່ມື ແລະ ຝຶກອົບຮົມການຄຸ້ມຄອງ ແລະ ປ້ອນຂໍ້ມູນເຂົ້າເວັບໄຊໃຫ້ ກໍລະນີລູກຄ້າມີຜູ້ຮັບຜິດຊອບ