ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ກ່ຽວກັບເຮົາ

laowebmaster.com ຄຶບໍລິການດ້ານເວັບໄຊຄົບວົງຈອນ ໂດຍ ວິທະຍາ ສຸພາລັກ (ຍາ) ນັກອອນແບບເວັບໄຊ (Freelancer Full-Time-Weekend and 16h-24h weekdays) ມີປະສົບການຫຼາຍກວ່າ 10ປີ, ປັດຈຸບັນໃຫ້ບໍລິການສ້າງເວັບໄຊ ອອກແບບເວັບໄຊ ແກ້ໄຂບັນຫາເວັບໄຊ ແລະ ສອນສ້າງເວັບໄຊ @laowebmaster.com ແລະ ໃຫ້ບໍລິການຮັບຝາກຂໍ້ມູນ ແລະ ຈົດທະບຽນຊື່ເວັບໄຊ. laowebmaster.com ມີທີ່ຕັ້ງຢູ່ບ້ານດອນແດງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ເຮົາເລີ່ມໃຫ້ບໍລິການສ້າງເວັບໄຊຕົ້ນປີ 2009 ເພື່ອໃຫ້ເປັນບ່ອນຕິດຕໍ່ ແລະ ໃຫ້ຂໍ້ມູນສຳລັບລູກຄ້າ ແລະ ຄົນທົ່ວໄປ ທີ່ຢາກມີເວັບໄຊຂອງບໍລິສັດ, ຢາກໄດ້ຄົນປ້ອງກັນເວັບໄຊບໍ່ໃຫ້ຖືກໂຈມຕີ, ຕ້ອງການທີ່ປຶກສາດ້ານໄອທີ, ຕ້ອງການຝາກຂໍ້ມູນເວັບໄຊ, ຕ້ອງການຈົດທະບຽນໂດເມນ ແລະ ອື່ນໆ ໂດຍຈະດໍາເນີນການໃຫ້ທ່ານໂດຍ laowebmaster.com.

ເວັບໄຊບໍ່ຄວນເປັນພຽງສິ່ງທີ່ເຮັດໃຫ້ມັນແລ້ວໄປພໍແລ້ວຕີນແລ້ວມື ເພື່ອໃຫ້ມີເທົ່ານັ້ນ ແຕ່ໃຫ້ເບິ່ງວ່າເປັນຊັບສິນຢູ່ໂລກອອນລາຍ ທີ່ເຮັດໄດ້ເປັນໜ້າຕາ ສ້າງມູນຄ່າ ແລະ ສ້າງກຳໄລໃຫ້ກັບທຸລະກິດຂອງລູກຄ້າໄດ້ຫຼາກຫຼາຍຊ່ອງທາງ.

ເຟດບຸກ

ທ່ານສາມາດຕິດຕາມ ແລະ ຕິດຕໍ່ພວກເຮົາໄດ້ ຜ່ານທາງເຟດບຸກ

ທວິດເຕີ

ທ່ານສາມາດຕິດຕາມ ແລະ ຕິດຕໍ່ພວກເຮົາໄດ້ ຜ່ານທາງທວິດເຕີ

ຢູທູບ

ທ່ານສາມາດຕິດຕາມ ແລະ ຕິດຕໍ່ພວກເຮົາໄດ້ ຜ່ານທາງຢູທູບ

ເລື່ອງຂອງເຮົາ

ດ້ານ​ທີມ​ງານ

​ຕອນ​ນີ້ Laowebmaster ບໍ່​ມີ​ທີມ​ງານ​ປະ​ຈຳ ແຕ່​ຈະ​ມິ Partner ​ທີ່​ຮອງ​ຮັບ​ຄວາມ​ຕ້ອງ​ການ​ຕ່າງໆ ຂອງ​ລູກ​ຄ້າ​ ເຊັ່ນ: ລູກ​ຄ້າ​ຕ້ອງ​ການ​ຖ່າຍ​ພາບ ແລະ ຕັດ​ຕໍ່​ວີ​ດີ​ໂອ Laowebmaster ມີ​ຜູ້​ໃຫ້​ບໍ​ລິ​ການຮັບ​ຖ່າ​ຍ​ພາບ ຕັດ​ຕໍ່​ວີ​ດີ​ໂອ ​ໃຫ້​ລູກ​ຄ້າ ໂດຍ​ທີ່ Laowebmaster ຈະ​ເປັນ​ຜູ້​ຕິດ​ຕໍ່ ແລະ ເບິ່ງ​ແຍງ​ໃຫ້​ທັງ​ໝົດ.

​ດ້ານ​ການ​ບໍ​ລິ​ການ

Laowebmaster ເອົາ​ໃຈ​ໃສ່​ທຸ​ກວຽກ ແລະ ລູກ​ຄ້າ​ທຸກ​ທ່ານ ເຮົາ​ບໍ່​ຖິ້ມ ບໍ່​ປະ ແລະ ບໍ່​ໜີວຽກ ຊຶ່ງ​ຕ່າງ​ຈາກ Freelance ໃນ​ຕະຫຼາດ​ທີ່​ມັ​ກ​ຈະ​ມີ​ບັນ​ຫາ ທັງ​ໃນ​ດ້ານ​ຄຸນ​ນະ​ພາບ ແລະ ການ​ຮັບຜິດຊອບ​ວຽກ ດ້ວຍ​ປະ​ສົບ​ການ​ທີ່​ຍາວ​ນານ ແລະ ພົບ​ກັບ​ວຽກ ຫຼື ບັນ​ຫາ ມາ​ທຸກວຽກ ທຸກ​ຂະ​ໜາດ ໄວ້​ໃຈ Laowebmaster ໄດ້​ແນ່ນອນ.