ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

Lao Webmaster Team

Web Browser ແມ່ນຫຍັງ

Web Browser ແມ່ນຫຍັງ ? Web Browser (ເວັບ​ບ​ຣາວ​ເຊີ) ແມ່ນ​ຊື່​ຂອງ​ໂປ​ຣ​ແກ​ຣມ​ຄອມ​ພິວ​ເຕີ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ເບິ່ງ​ຂໍ້​ມູນ​ ແລະ ຕິດ​ຕໍ່​ສື່​ສານ ໃນ​ຮູບ​ແບບ​ເວັບ​ເພສ ໂດຍ​ໂປ​ຣ​ແກ​ຣມ​ຈະ​ແປງ​ພາ​ສາ html ໃຫ້​ເຫັນ​ພາ​ສາ​ຄົນ​ທົ່ວ​ໄປ​ສາ​ມາດ​ອ່ານ​ໄດ້ ແລະ ເຂົ້າ​ໃຈ​ໄດ້​ຢູ່​ໜ້າ​ເວັບ ການ​ນຳ​ໃຊ້​ເວັບ​ບ​ຣາວ​ເຊີ ໃນ​ການ​ເຂົ້າ​ເບິ່ງ​ເວັບ​ໄຊ ຜູ້​ນຳ​ໃຊ້​ຕ້ອງ​ປ້ອນ ຫຼື ພິມ ໂດ​ເມນ​ເນມ (Domain Name) ລົງ​ໄປ ໃນ​ການ​ເຂົ້າ​ເບິ່ງ​ເວັບ​ໄຊ​ຕ່າງໆ ໂດຍ​ໂດ​ເມນ​ເນມ​ ຈະ​ນຳ​ມາ​ໃຊ້​ແທນ​ IP Address ຫຼື ທີ່​ຢູ່​ຂອງ​ເວັບ​ໄຊ (ເຄື່ອງ​ເຊີບ​ເວີ ທີ່​ເຮັດ​ໜ້າ​ທີ່​ເປັນ​ເວັບ​ເຊີບ​ເວີ ຫຼື ເວັບ​ໂຮ​ສ​ຕິງ) ທີ່​ເປັນ​ໂຕ​ເລກ ຊຶ່ງ​ຍາກ​ແກ່​ການ​ຈື່​ຈຳ. ເປັນ​ປະ​ຕູ​ສູ່​ອິນ​ເຕີ​ເນັດ ເບິ່ງ​ໃນ​ແງ່​ເຕັກ​ໂນ​ໂລ​ຊີ ເປັນ​ໂປ​ຣ​ແກ​ຣມ​ໜຶ່ງ​ທີ່​ຈຳ​ເປັນ​ຕ້ອງ​ມີ​ໃນ​ອຸ​ປະ​ກອນຕ່າງໆ ເຊັ່ນ: ຄອມ​ພິວ​ເຕີ, ແທ໊ບ​ເລັດ ແລະ ໂທ​ລະ​ສັບ​ມື​ຖື ທີ່​ສາ​ມາດ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ, ແຕ່​ຫາກ​ເບິ່ງ​ໃນ​ແງ່​ນັກ​ການ​ຕະຫຼາດ ເວັບ​ໄຊ​ບ​ຣາວ​ເຊີ ເປັນ​ Flatform ທີ່​ສຳ​ຄັນ ໃນ​ການ​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ ຜ່ານ​ແຕ່​ລະ […]

Web Browser ແມ່ນຫຍັງ Read More »

Web Hosting ແມ່ນຫຍັງ ?

Web Hosting ແມ່ນຫຍັງ ເມື່ອໂດເມນເປັນຊື່ທີ່ຢູ່ຂອງເວັບໄຊ ຂອງເຮົາແລ້ວ ໂຮສຕິງກໍປຽນເໝືອນເຮືອນຂອງເວັບໄຊຂອງເຮົາ ໂຮສຕິງຖ້າຫາກເອົາມາໃຊ້ກັບເວັບໄຊ ເຮົາເອີ້ນວ່າເວັບໂຮສຕິງ ຊຶ່ງມີການນຳໃຊ້ ດັ່ງນີ້: ເກັບຟາຍທຸກປະເພດຂອງເວັບໄຊເຮົາ ຕັ້ງແຕ່ຊອບແວເວັບໄຊ, ຟາຍຮູບພາບ, ວີດີໂອ ແລະ ເອກະສານເອເລັກໂຕຣນິກຕ່າງໆ; ເກັບຖານຂໍ້ມູນ ຂອງເວັບໄຊເຮົາ ສ່ວນຫຼາຍເວັບໄຊສະໄໝໃໝ່ຈະມິລະບົບຖານຂໍ້ມູນໝົດແລ້ວ ໂຮສຕິງທີ່ດີ ກໍຄວນມີ ແລະ ຮອງຮັບໄດ້; ອອນລາຍ 24 ຊົ່ວໂມງ ເພື່ອໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍ ຂອງເຮົາເຂົ້າມາເບິ່ງເວັບໄຊຂອງເຮົາ. ໂດຍເຕັກນິກ ເວລາທີ່ເຮົາພິມຊື່ເວັບໄຊ ຫຼື ໂດເມນເນມ ໃນເວັບບຣາວເຊີ ລະບົບກໍຈະເຊື່ອມຕໍ່ຫາເວັບໂຮສຕິງ ເພື່ອດຶງຂໍ້ມູນມາສະແດງ ໃຫ້ຜູ້ຊົມໃຊ້ ເວັບໄຊ ເຫັນ. ຂໍ້ສັງເກດ ແລະ ວິທີເລືອກ ເວັບໂຮສຕິງ: ຂະໜາດພື້ນທີ່ (Disk Space) ເກັບຂໍ້ມູນ ທີ່ເຮົານຳໃຊ້ໃນການເກັບຂໍ້ມູນ ແລະ ຖານຂໍ້ມູນ ຄວນຫຼາຍກວ່າ 2GB; ຕ້ອງຮອງຮັບ PHP

Web Hosting ແມ່ນຫຍັງ ? Read More »

Domain Name ແມ່ນຫຍັງ

ໂດເມນເນມ (Doamin Name) ແມ່ນຫຍັງ ? ໂດເມນແມ່ນຊື່ຂອງເວັບໄຊ, ທີ່ຢູ່ຂອງເວັບໄຊ ຫຼື ສິ່ງທີ່ເຮົາພິມຢູ່ທີ່ Address Bar ຂອງເວັບບຣາວເຊີ (Web Browser). ຕົວຢ່າງເວລາເຮົາຈະເຂົ້າເບິ່ງໜັງຢູ່ Youtube ຈະຕ້ອງພິມຄຳວ່າ www.youtube.com ສິ່ງນີ້ແມ່ນໂດເມນເນມນັ້ນເອງ, ໂດຍໂດເມນເນມຈະແບ່ງອອກເປັນ 3 ສ່ວນ, ນັບຈາກຫຼັງມາໜ້າ ຫຼື ຈາກຂວາຫາຊ້າຍ ເຊັ່ນ: .com ເຮົາເອີ້ນວ່າ top-level domain ປຽບເປັນນາມສະກຸນຂອງເວັບໄຊເອງເຮົາ; youtube ເອີ້ນວ່າເປັນຊື່ໂອເມນ ເປັນຊື່ສະເພາະຂອງໂດເມນຂອງເຮົາ ມັກຈະເປັນຊື່ບໍລິສັດ, ຊື່ຮ້ານອາຫານ, ຊື່ອົງການ, ຊື່ໂຮງແຮມ, ຊື່ທະນາຄານ ຫຼື ຊື່ເຮືອນຂອງເຮົາ ຈຶ່ງບໍ່ສາມາດຊໍ້າກັນໄດ້; www ເອີ້ນວ່າ sub domain ເປັນຊື່ຍ່ອຍໃນໂດເມນຂອງເຮົາ ຊຶ່ງ www ກໍຄືເວັບໄຊນັ້ນເອງ ທີ່ຈິງແລ້ວສ່ວນນີ້ບໍ່ຈຳເປັນຕ້ອງໃຊ້ກໍໄດ້. ເວລາຈົດໂດເມນ ຫຼື ລົງທະບຽນໂດເມນ ເຮົາຈະນຳໃຊ້ສະເພາະສ່ວນທີ່

Domain Name ແມ່ນຫຍັງ Read More »

ຄຸນປະໂຫຍດ ຂອງເວັບໄຊ

ຄຸນປະໂຫຍດ ຂອງເວັບໄຊ ເປັນການເພີ່ມສ່ອງທາງໃນການຊື້, ຂາຍ ສິນຄ້າ ຫຼື ບໍລິການ ຂອງຮ້ານ, ບໍລິສັດ ແລະ ອົງກອນ ອີກທາງໜຶ່ງ; ທ່ານບໍ່ຈຳເປັນຕ້ອງເສຍຄ່າໃຊ້ຈ່າຍທີ່ສູງເກີນໄປ ສຳລັບການມີເວັບໄຊ ເພື່ອຕິດຕໍ່ກັບໂລກພາຍນອກ ແລະ ການໂຄສະນາ; ມີໜ້າຮ້ານ ຫຼື ໜ້າບໍລິສັດ ຂອງຕົນເອງອອນລາຍ ເປັນການເປີດໂຕສູ່ຕະຫຼາດໂລກ; ເສີ່ມສ້າງພາບລັກທີ່ດີ ຂອງຮ້ານ, ບໍລິສັດ ແລະ ອົງກອນ ໃຫ້ມີຄວາມທັນສະໄໝ ໜ້າເຊື່ອຖືຫຼາຍຂຶ້ນ; ມີລະບົບຈົດໝາຍເອເລັກໂຕຣນິກ (E-Mail) ໃນການຕິດຕໍ່ລູກຄ້າ ເພື່ອຄວາມເປັນສາກົນ ເຊັ່ນ: info@yourdomain.com; ທ່ານສາມາດ ຊື້, ຂາຍ ສິນຄ້າ ຫຼື ບໍລິການ ຜ່ານທາງເວັບໄຊ ໄດ້ຕະຫຼອດເວລາ (24ຊົ່ວໂມງ/7ວັນ); ສາມາດໂຄສະນາຮ້ານ, ບໍລິສັດ ແລະ ອົງກອນ ໃຫ້ເປັນທີ່ຮູ້ຈັກ ທົ່ວປະເທດ ຫຼື ທົ່ວໂລກ ໂດຍຜ່ານທາງເວັບໄຊ; ເປັນອີກຊ່ອງທາງໜຶ່ງ ໃນການສົ່ງເສີມການຂາຍ

ຄຸນປະໂຫຍດ ຂອງເວັບໄຊ Read More »

ຄວາມໝາຍຂອງເວັບໄຊ

ຄວາມໝາຍ ຂອງເວັບໄຊ ແມ່ນສິ່ງທີ່ສັງຄົມຍຸກໃໝ່ ຕ່າງກໍຮູ້ຈັກກັນດີ ເພາະວ່າ ເປັນສື່ ໃນການນຳສະເໜີຂໍ້ມູນ ຫຼື ເລື່ອງຕ່າງໆ ຜ່ານທາງອິນເຕີເນັດ, ຊຶ່ງຕ້ອງເປີດດ້ວຍໂປຣແກຣມ ເວັບບຣາວເຊີ; ແມ່ນໜ້າເວັບເພດຫຼາຍໆໜ້າ ຊຶ່ງເຊື່ອມຕໍ່ຫາກັນໂດຍຜ່ານ Hyper Link ເພື່ອໃຫ້ສາມາດເປີດໄປໜ້າອື່ນໄດ້, ຖືກຈັດເກັບໄວ້ໃນ www (World Wide Web); ເວັບໄຊ ໂດຍທົ່ວໄປຈະໃຫ້ບໍລິການຜູ້ຊົມໃຊ້ຟຣີ ແຕ່ບາງເວັບໄຊ ຕ້ອງມີການສະໝັກເປັນສະມາຊິກ ແລະ ເສຍຄ່າບໍລິການ ເພື່ອຈະເບິ່ງຂໍ້ມູນ ຫຼື ໂຫຼດຂໍ້ມູນ; ແມ່ນຊື່ເອີ້ນ ຫຼື ທີ່ຢູ່ຂອງຄອມພິວເຕີ ທີ່ໃຫ້ບໍລິການຂໍ້ມູນຂ່າວສານ; ແມ່ນແຫຼ່ງເກັບຮວບຮວມຂໍ້ມູນເອກະສານ ແລະ ສື່ປະສົມຕ່າງໆ ເຊັ່ນ: ຮູບພາບ, ວີດີໂອ, ຂໍ້ຄວາມ, ສຽງ ຂອງບຸກຄົນ, ນິຕິບຸກຄົນ, ບໍລິສັດ ຫຼື ນ່ວຍງານຕ່າງໆ; ຈະໃຊ້ສຳລັບຜູ້ທີ່ມີຄອມພິວເຕີແບບເຊີບເວີ ຫຼື ຈົດທະບຽນ ເປັນຂອງຕົນເອງ ເຊັ່ນ: ຊຶ່ງເປັນເວັບໄຊທີ່ໃຫ້ບໍລິການຄົ້ນຫາຂໍ້ມູນຕ່າງໆ.

ຄວາມໝາຍຂອງເວັບໄຊ Read More »