Web Hosting ແມ່ນຫຍັງ
ເມື່ອໂດເມນເປັນຊື່ທີ່ຢູ່ຂອງເວັບໄຊ ຂອງເຮົາແລ້ວ ໂຮສຕິງກໍປຽນເໝືອນເຮືອນຂອງເວັບໄຊຂອງເຮົາ ໂຮສຕິງຖ້າຫາກເອົາມາໃຊ້ກັບເວັບໄຊ ເຮົາເອີ້ນວ່າເວັບໂຮສຕິງ ຊຶ່ງມີການນຳໃຊ້ ດັ່ງນີ້:
- ເກັບຟາຍທຸກປະເພດຂອງເວັບໄຊເຮົາ ຕັ້ງແຕ່ຊອບແວເວັບໄຊ, ຟາຍຮູບພາບ, ວີດີໂອ ແລະ ເອກະສານເອເລັກໂຕຣນິກຕ່າງໆ;
- ເກັບຖານຂໍ້ມູນ ຂອງເວັບໄຊເຮົາ ສ່ວນຫຼາຍເວັບໄຊສະໄໝໃໝ່ຈະມິລະບົບຖານຂໍ້ມູນໝົດແລ້ວ ໂຮສຕິງທີ່ດີ ກໍຄວນມີ ແລະ ຮອງຮັບໄດ້;
- ອອນລາຍ 24 ຊົ່ວໂມງ ເພື່ອໃຫ້ລູກຄ້າ ຫຼື ກຸ່ມເປົ້າໝາຍ ຂອງເຮົາເຂົ້າມາເບິ່ງເວັບໄຊຂອງເຮົາ.
ໂດຍເຕັກນິກ ເວລາທີ່ເຮົາພິມຊື່ເວັບໄຊ ຫຼື ໂດເມນເນມ ໃນເວັບບຣາວເຊີ ລະບົບກໍຈະເຊື່ອມຕໍ່ຫາເວັບໂຮສຕິງ ເພື່ອດຶງຂໍ້ມູນມາສະແດງ ໃຫ້ຜູ້ຊົມໃຊ້ ເວັບໄຊ ເຫັນ.
ຂໍ້ສັງເກດ ແລະ ວິທີເລືອກ ເວັບໂຮສຕິງ:
- ຂະໜາດພື້ນທີ່ (Disk Space) ເກັບຂໍ້ມູນ ທີ່ເຮົານຳໃຊ້ໃນການເກັບຂໍ້ມູນ ແລະ ຖານຂໍ້ມູນ ຄວນຫຼາຍກວ່າ 2GB;
- ຕ້ອງຮອງຮັບ PHP ແລະ MySQL ຫຼື PHP ແລະ MySQL ຕ້ອງມີເວີຊັນ 5.6 ຂຶ້ນໄປທັງສອງອັນ ຊຶ່ງມັນຈະສາມາດຕິດຕັ້ງຊອບແວຈຳພວກ CMS Software ເວີຊັນໃໝ່ໆໄດ້;
- ອັດຕາຮັບສົ່ງຂໍ້ມູນ (Bandwidth) ເວລາທີ່ຄົນເຂົ້າມາເບິ່ງເວັບໄຊຂອງເຮົາ ຈະສົ່ງຂໍ້ມູນອອກໄປເປັນ Byte ສຳລັບເວັບໄຊທົ່ວໄປອັດຕາການຮັບ (Download) ແລະ ສົ່ງຂໍ້ມູນ (Upload) ຄວນສູງກວ່າ 100GB ຕໍ່ເດືອນ.