ຄວາມໝາຍ ຂອງເວັບໄຊ
- ແມ່ນສິ່ງທີ່ສັງຄົມຍຸກໃໝ່ ຕ່າງກໍຮູ້ຈັກກັນດີ ເພາະວ່າ ເປັນສື່ ໃນການນຳສະເໜີຂໍ້ມູນ ຫຼື ເລື່ອງຕ່າງໆ ຜ່ານທາງອິນເຕີເນັດ, ຊຶ່ງຕ້ອງເປີດດ້ວຍໂປຣແກຣມ ເວັບບຣາວເຊີ;
- ແມ່ນໜ້າເວັບເພດຫຼາຍໆໜ້າ ຊຶ່ງເຊື່ອມຕໍ່ຫາກັນໂດຍຜ່ານ Hyper Link ເພື່ອໃຫ້ສາມາດເປີດໄປໜ້າອື່ນໄດ້, ຖືກຈັດເກັບໄວ້ໃນ www (World Wide Web);
- ເວັບໄຊ ໂດຍທົ່ວໄປຈະໃຫ້ບໍລິການຜູ້ຊົມໃຊ້ຟຣີ ແຕ່ບາງເວັບໄຊ ຕ້ອງມີການສະໝັກເປັນສະມາຊິກ ແລະ ເສຍຄ່າບໍລິການ ເພື່ອຈະເບິ່ງຂໍ້ມູນ ຫຼື ໂຫຼດຂໍ້ມູນ;
- ແມ່ນຊື່ເອີ້ນ ຫຼື ທີ່ຢູ່ຂອງຄອມພິວເຕີ ທີ່ໃຫ້ບໍລິການຂໍ້ມູນຂ່າວສານ;
- ແມ່ນແຫຼ່ງເກັບຮວບຮວມຂໍ້ມູນເອກະສານ ແລະ ສື່ປະສົມຕ່າງໆ ເຊັ່ນ: ຮູບພາບ, ວີດີໂອ, ຂໍ້ຄວາມ, ສຽງ ຂອງບຸກຄົນ, ນິຕິບຸກຄົນ, ບໍລິສັດ ຫຼື ນ່ວຍງານຕ່າງໆ;
- ຈະໃຊ້ສຳລັບຜູ້ທີ່ມີຄອມພິວເຕີແບບເຊີບເວີ ຫຼື ຈົດທະບຽນ ເປັນຂອງຕົນເອງ ເຊັ່ນ: ຊຶ່ງເປັນເວັບໄຊທີ່ໃຫ້ບໍລິການຄົ້ນຫາຂໍ້ມູນຕ່າງໆ.