ຮັບປັບປຸງເວັບໄຊເກົ່າ ໃຫ້ເປັນ ເວັບໄຊໃໝ່
ຮັບການປັບປຸງເວັບໄຊ ຮັບຕົບແຕ່ງເວັບ ເຮັດໃຫ້ເວັບໄຊ ຂອງທ່ານດຶງດູດລູກຄ້າຫຼາຍຂຶ້ນ, ມີເອກະລັກ, ຍົກລະດັບ ອັບເດດ ລະບົບເກົ່າໃຫ້ທັນສະໄໝຂຶ້ນ ແລ ະແກ້ໄຂບັນຫາເວັບໄຊຕ່າງໆ ທີ່ເກີດຂຶ້ນ ຖ້າເວັບໄຊຂອງທ່ານລ້າສະໄໝ ບໍ່ສວຍງາມ ບໍ່ໜ້າສົນໃຈ ຫຼື ບໍ່ສາມາດຮອງຮັບ ຄວາມຕ້ອງການ ຂອງຜູ້ເຂົ້າເບິ່ງເວັບໄຊຂອງທ່ານໄດ້ ທ່ານສາມາດຕິດຕໍ່ໃຊ້ ບໍລິການ Laowebmaster ເພື່ອຂໍຄໍາແນະນໍາ ແລະ ວິທີປັບປຸງເວັບໄຊ ຂອງທ່ານໄດ້.
ຖ້າຫາກເວັບໄຊຂອງທ່ານ ມີບັນຫາດັ່ງຕໍ່ໄປນີ້
- ເວັບໄຊເກົ່າອອກແບບລ່າສະໄໝ ຕ້ອງການຢາກອອກແບບໃໝ່
- ບໍ່ຮອງຮັບການສະແດງຜົນຢູ່ມືຖື ສະແດງຜົນໄດ້ບໍ່ດີໃນຂະໜາດໜ້າຈໍທີ່ຕ່າງກັນ
- ຈ້າງຄົນສ້າງເວັບໄຊແລ້ວ ແຕ່ໜີປະ ຫຼື ແກ້ໄຂບັນຫາເວັບໄຊໂຕເອງບໍ່ໄດ້
- ສ້າງເວັບໄຊອອກມາແລ້ວແຕ່ບໍ່ຖືກໃຈຕາມຕ້ອງການ
- ເມື່ອຕ້ອງການແກ້ໄຂເວັບໄຊ ກໍຕ້ອງລໍຖ້າໃຫ້ຄົນສ້າງວ່າງ ຫຼື ຕ້ອງໄດ້ຂໍຮ້ອງເພື່ອໃຫ້ການຊ່ວຍເຫຼືອ
- ຄົນສ້າງເວັບໄຊປິດເວັບໜີ ບໍ່ສາມາດຕໍ່ອາຍຸໂຮສ ຫຼື ໂດເມນໄດ້
- ລົງທຶນສ້າງເວັບໄຊເສຍເງິນໄປຫຼາຍແລ້ວ ແຕ່ບາດນຳມາໃຊ້ແທ້ບໍ່ໄດ້
- ຢາກຫາຜູ້ຊ່ຽວຊານ ຫຼື ນັກອອກແບບມືອາຊີບມາຊ່ວຍໃຫ້ຄຳປຶກສາ ແລະ ປັບປຸງເວັບໄຊໃຫ້
- ປັບປຸງ ແລະ ຕົກແຕ່ງເວັບໄຊທີ່ມີຢູ່ແລ້ວ ດ້ວຍເນື້ອໃນເວັບໄຊອັນເກົ່າ
- ພັດທະນາ ຫຼື ອອກແບບເວັບໄຊໃໝ່ ໂດຍນຳໃຊ້ເນື້ອໃນເກົ່າ
- ຮັບເວັບໄຊທົ່ວໄປ, ເວັບໄຊທີ່ສ້າງດ້ວຍ Joomla ແລະ ເວັບໄຊທີ່ສ້າງດ້ວຍ WordPress
- ປັບປຸງ, ອັບເດດ ແລະ ພັດທະນາລະບົບອື່ນໆ ສາມາດສອບຖາມໄດ້
- ບໍ່ຮັບປັບປຸງເວັບໄຊສຳເລັດຮູບ
ທັງໝົດນີ້ເລີ່ມຕົ້ນພຽງ 3.500.000 ກີບ
ຂັ້ນຕອນໃນການເຮັດວຽກ
ຂັ້ນຕອນທີ 1:
ປະຊຸມ ຫຼື ລົມກັນ ກ່ຽວກັບຄວາມຕ້ອງການຂອງລູກຄ້າ ແລະ ປະເມີນລາຄາ ເພື່ອກຳນົດກອບວຽກຮ່ວມກັນ
ຂັ້ນຕອນທີ 2:
ເມື່ອລູກຄ້າ ແລະ ພວກເຮົາ ຕົກລົງກັນແລ້ວ ພວກເຮົາຈະສົ່ງໃບສະເໜີລາຄາ, ເຊັນສັນຍາ ແລະ ສົ່ງ ຊ່ອງທາງຊໍາລະເງິນ ໃຫ້ລູກຄ້າ ລູກຄ້າຊໍາລະເງິນ ຈຳນວນ 70% ຂອງມູນຄ່າທັງໝົດ ເພື່ອເຊົ່າຊື່ເວັບໄຊ ແລະ ບ່ອນເກັບຂໍ້ມູນ
ຂັ້ນຕອນທີ 3:
ລູກຄ້າສົ່ງຂໍ້ມູນທີ່ກ່ຽວຂ້ອງໃຫ້ພວກເຮົາ ພວກເຮົາເລີ່ມອອກແບບເວັບໄຊ ແລະ ເອົາຂໍ້ມູນເຂົ້າ ຊຶ່ງໄລຍະເວລາໃນການເຮັດວຽກຂຶ້ນກັບ (1) ລູກຄ້າສົ່ງຂໍ້ມູນມາໃຫ້ໄວ ແລະ ຄົບຖ້ວນບໍ່, (2) ຄວາມຍາກງ່າຍຂອງລະບົບທີ່ເຮັດ ທາງພວກເຮົາສົ່ງລິ້ງເວັບໄຊໃຫ້ລູກຄ້າ ເພື່ອໃຫ້ມີຄຳເຫັນແກ້ໄຂແຕ່ລະໜ້າ
ຂັ້ນຕອນທີ 4:
ສັງລວມຄຳເຫັນຂອງລູກຄ້າ ແລະ ແກ້ໄຂໜ້າເວັບໄຊຕາມຄຳເຫັນຂອງລູກຄ້າ ພ້ອມທັງແຈ້ງລູກຄ້າ ໃຫ້ກວດກາຄວາມຖືກຕ້ອງ ແລະ ແກ້ໄຂ ແຕ່ລະຈຸດ ຕາມຈຳນວນຄັ້ງທີ່ໄດ້ຕົກລົງ ກັນໃນສັນຍາ
ຂັ້ນຕອນທີ 5:
ເມື່ອທຸກຢ່າງສຳເລັດແລ້ວ ທາງເຮົາຈະແຈ້ງໃຫ້ລູກຄ້າຊາບ ແລະ ຈ່າຍເງິນ 30% ທີ່ຍັງເຫຼືອ ແລ້ວທາງເຮົາຈະສົ່ງຄູ່ມື ແລະ ຝຶກອົບຮົມການຄຸ້ມຄອງ ແລະ ປ້ອນຂໍ້ມູນເຂົ້າເວັບໄຊໃຫ້ ກໍລະນີລູກຄ້າມີຜູ້ຮັບຜິດຊອບ