ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ຮັບສ້າງເວັບໄຊ ຂາຍເຄື່ອງອອນລາຍດ້ວຍ Woocommerce/Virtualmart/OpenCart

ເວັບ​ໄຊ​ຂາຍ​ສິນ​ຄ້າ​ອອນ​ລາຍ ພ້ອມ​ລະ​ບົບ​ຈັດ​ການ​ຮ້ານ​ອອນ​ລາຍ

ລາຄາເລີ່ມຕົ້ນ 16.850.000 ກີບ

ຂັ້ນຕອນໃນການສ້າງເວັບໄຊ

ຂັ້ນຕອນທີ 1:

ປະຊຸມ ຫຼື ລົມກັນ ກ່ຽວກັບຄວາມຕ້ອງການຂອງລູກຄ້າ ແລະ ປະເມີນລາຄາ ເພື່ອກຳນົດກອບວຽກຮ່ວມກັນ

ຂັ້ນຕອນທີ 2:

ເມື່ອລູກຄ້າ ແລະ ພວກເຮົາ ຕົກລົງກັນແລ້ວ ພວກເຮົາຈະສົ່ງໃບສະເໜີລາຄາ, ເຊັນສັນຍາ ແລະ ສົ່ງ ຊ່ອງທາງຊໍາລະເງິນ ໃຫ້ລູກຄ້າ ລູກຄ້າຊໍາລະເງິນ ຈຳນວນ 70% ຂອງມູນຄ່າທັງໝົດ ເພື່ອເຊົ່າຊື່ເວັບໄຊ ແລະ ບ່ອນເກັບຂໍ້ມູນ

ຂັ້ນຕອນທີ 3:

ລູກຄ້າສົ່ງຂໍ້ມູນທີ່ກ່ຽວຂ້ອງໃຫ້ພວກເຮົາ ພວກເຮົາເລີ່ມອອກແບບເວັບໄຊ ແລະ ເອົາຂໍ້ມູນເຂົ້າ ຊຶ່ງໄລຍະເວລາໃນການເຮັດວຽກຂຶ້ນກັບ (1)ລູກຄ້າສົ່ງຂໍ້ມູນມາໃຫ້ໄວ ແລະ ຄົບຖ້ວນບໍ່, (2) ຄວາມຍາກງ່າຍຂອງລະບົບທີ່ເຮັດ ທາງພວກເຮົາສົ່ງລິ້ງເວັບໄຊໃຫ້ລູກຄ້າ ເພື່ອໃຫ້ມີຄຳເຫັນແກ້ໄຂແຕ່ລະໜ້າ

ຂັ້ນຕອນທີ 4:

ສັງລວມຄຳເຫັນຂອງລູກຄ້າ ແລະ ແກ້ໄຂໜ້າເວັບໄຊຕາມຄຳເຫັນຂອງລູກຄ້າ ພ້ອມທັງແຈ້ງລູກຄ້າ ໃຫ້ກວດກາຄວາມຖືກຕ້ອງ ແລະ ແກ້ໄຂ ແຕ່ລະຈຸດ ຕາມຈຳນວນຄັ້ງທີ່ໄດ້ຕົກລົງ ກັນໃນສັນຍາ

ຂັ້ນຕອນທີ 5:

ເມື່ອທຸກຢ່າງສຳເລັດແລ້ວ ທາງເຮົາຈະແຈ້ງໃຫ້ລູກຄ້າຊາບ ແລະ ຈ່າຍເງິນ 30% ທີ່ຍັງເຫຼືອ ແລ້ວທາງເຮົາຈະສົ່ງຄູ່ມື ແລະ ຝຶກອົບຮົມການຄຸ້ມຄອງ ແລະ ປ້ອນຂໍ້ມູນເຂົ້າເວັບໄຊໃຫ້ ກໍລະນີລູກຄ້າມີຜູ້ຮັບຜິດຊອບ