ກ່ຽວກັບເຮົາ
laowebmaster.com ຄຶບໍລິການດ້ານເວັບໄຊຄົບວົງຈອນ ໂດຍ ວິທະຍາ ສຸພາລັກ (ຍາ) ນັກອອນແບບເວັບໄຊ (Freelancer Full-Time-Weekend and 16h-24h weekdays) ມີປະສົບການຫຼາຍກວ່າ 10ປີ, ປັດຈຸບັນໃຫ້ບໍລິການສ້າງເວັບໄຊ ອອກແບບເວັບໄຊ ແກ້ໄຂບັນຫາເວັບໄຊ ແລະ ສອນສ້າງເວັບໄຊ @laowebmaster.com ແລະ ໃຫ້ບໍລິການຮັບຝາກຂໍ້ມູນ ແລະ ຈົດທະບຽນຊື່ເວັບໄຊ. laowebmaster.com ມີທີ່ຕັ້ງຢູ່ບ້ານດອນແດງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ເຮົາເລີ່ມໃຫ້ບໍລິການສ້າງເວັບໄຊຕົ້ນປີ 2009 ເພື່ອໃຫ້ເປັນບ່ອນຕິດຕໍ່ ແລະ ໃຫ້ຂໍ້ມູນສຳລັບລູກຄ້າ ແລະ ຄົນທົ່ວໄປ ທີ່ຢາກມີເວັບໄຊຂອງບໍລິສັດ, ຢາກໄດ້ຄົນປ້ອງກັນເວັບໄຊບໍ່ໃຫ້ຖືກໂຈມຕີ, ຕ້ອງການທີ່ປຶກສາດ້ານໄອທີ, ຕ້ອງການຝາກຂໍ້ມູນເວັບໄຊ, ຕ້ອງການຈົດທະບຽນໂດເມນ ແລະ ອື່ນໆ ໂດຍຈະດໍາເນີນການໃຫ້ທ່ານໂດຍ laowebmaster.com.
ເວັບໄຊບໍ່ຄວນເປັນພຽງສິ່ງທີ່ເຮັດໃຫ້ມັນແລ້ວໄປພໍແລ້ວຕີນແລ້ວມື ເພື່ອໃຫ້ມີເທົ່ານັ້ນ ແຕ່ໃຫ້ເບິ່ງວ່າເປັນຊັບສິນຢູ່ໂລກອອນລາຍ ທີ່ເຮັດໄດ້ເປັນໜ້າຕາ ສ້າງມູນຄ່າ ແລະ ສ້າງກຳໄລໃຫ້ກັບທຸລະກິດຂອງລູກຄ້າໄດ້ຫຼາກຫຼາຍຊ່ອງທາງ.
ເລື່ອງຂອງເຮົາ
ດ້ານທີມງານ
ຕອນນີ້ Laowebmaster ບໍ່ມີທີມງານປະຈຳ ແຕ່ຈະມິ Partner ທີ່ຮອງຮັບຄວາມຕ້ອງການຕ່າງໆ ຂອງລູກຄ້າ ເຊັ່ນ: ລູກຄ້າຕ້ອງການຖ່າຍພາບ ແລະ ຕັດຕໍ່ວີດີໂອ Laowebmaster ມີຜູ້ໃຫ້ບໍລິການຮັບຖ່າຍພາບ ຕັດຕໍ່ວີດີໂອ ໃຫ້ລູກຄ້າ ໂດຍທີ່ Laowebmaster ຈະເປັນຜູ້ຕິດຕໍ່ ແລະ ເບິ່ງແຍງໃຫ້ທັງໝົດ.
ດ້ານການບໍລິການ
Laowebmaster ເອົາໃຈໃສ່ທຸກວຽກ ແລະ ລູກຄ້າທຸກທ່ານ ເຮົາບໍ່ຖິ້ມ ບໍ່ປະ ແລະ ບໍ່ໜີວຽກ ຊຶ່ງຕ່າງຈາກ Freelance ໃນຕະຫຼາດທີ່ມັກຈະມີບັນຫາ ທັງໃນດ້ານຄຸນນະພາບ ແລະ ການຮັບຜິດຊອບວຽກ ດ້ວຍປະສົບການທີ່ຍາວນານ ແລະ ພົບກັບວຽກ ຫຼື ບັນຫາ ມາທຸກວຽກ ທຸກຂະໜາດ ໄວ້ໃຈ Laowebmaster ໄດ້ແນ່ນອນ.