ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ເປັນຫຍັງຈຶ່ງຕ້ອງປັບປຸງເວັບໄຊ

ເວັບໄຊຂອງທ່ານ ເປັນໜຶ່ງໃນເຄື່ອງມືທາງການຕະຫຼາດ ທີ່ມີຄ່າທີ່ສຸດ ທີ່ທ່ານສາມາດລົງທຶນໄດ້ ຄວາມປະທັບໃຈທຳອິດຄືສິ່ງທີ່ສຳຄັນ ດັ່ງນັ້ນເຂົ້າເບິ່ງເວັບໄຊຂອງທ່ານ ຈະໄດ້ຮັບປະສົບການທີ່ດີ ຕັ້ງແຕ່ວິນາທຳອິດທີ່ພວກເຂົາກົດເຂົ້າເບິ່ງເວັບໄຊຂອງທ່ານ ປະຈຸບັນນີ້ ເວັບໄຊທີ່ບໍ່ດີບໍ່ເປັນທີ່ຍອມຮັບໃນແນວທຸລະກິດ ພົບວ່າ 75% ຂອງຜູ້ມີໂອກາດເປັນລູກຄ້າ ຕັດສິນໃຈຄວາມໜ້າເຊື່ອຖືຂອງທຸລກິດ ຫຼື ບໍລິສັດຈາກເວັບໄຊ ຂອງຕົນ ສະຖິຕິນີ້ສະແດງເຖິງຄວາມສຳຄັນທີ່ປະຕິເສດບໍ່ໄດ້ ຂອງການມີເວັບໄຊທີ່ອອກແບບ ແລະ ເອົາຂໍ້ມູນເຂົ້າຢ່າງເໝາະສົມ.
ເວັບໄຊຂອງທ່ານ ເປັນເຄື່ອງມືທາງການຕະຫຼາດທີ່ມີປະສິດທິພາບ ຫຼື ບໍ່ ?. ນີ້ຄືສິ່ງທີ່ທ່ານຕ້ອງການເພື່ອດຶງດູດລູກຄ້າໃໝ່ທາງອອນລາຍ:

– ເວັບໄຊທີ່ມີປະສິດທິພາບ;

– ກົນລະຍຸດການຕະຫຼາດອອນລາຍ.

ກົນລະຍຸດການຕະຫຼາດອອນລາຍ ຂອງທ່ານຂຶ້ນຢູ່ກັບການແຂ່ງຂັນໃນຕະຫຼາດຂອງທ່ານ ຄວາມຊ່ຽວຊານ ຄວາມຊຳນານ ຂອງທ່ານ ແລະ ປະສິດທິພາບຂອງເວັບໄຊ ຂອງທ່ານໃນປັດຈຸບັນ, ກົນລະຍຸດການຕະຫຼາດອອນລາຍ ຂອງທ່ານອາດຈະລວມເຖິງການບໍລິການ ດັ່ງຕໍ່ໄປນີ້: ການ Share ຫຼື Post ຜ່ານ Social media, ການຊື້ສຽງອອນລາຍ, ການໂຄສະນາແບບຈ່າຍຕໍ່ຄລິກບລ໊ອກ (PPC) ແລະ ການປັບແຕ່ງເວັບໄຊໃຫ້ຕິດອັນດັບຢູ່ເຄື່ອງມືຄົ້ນຫາ (SEO) ໃນທາງກັບກັນ ທ່ານສາມາເພິ່ມປະລິມານໃນການເຂົ້າເບິ່ງເວັບໄຊຂອງທ່ານໄດ້ຫຼາຍ ແຕ່ຈະສິ້ນເປືອງພະລັງງານຖ້າຫາກວ່າເວັບໄຊຂອງທ່ານບໍ່ມີປະສິດທິພາບ ເວັບໄຊຂອງທ່ານຄວນຈະສາມາດດຶງດູດຄວາມສົນໃຈຂອງຜຸ້ຊົມໃຊ້ ດຶງດູດພວກເຂົາ ແລະ ມີຄໍາເວົ້າກະຕຸ້ນການຕັດສິນໃຈທີ່ຊັດເຈນ ເພື່ອປ່ຽນຈາກຜູ້ເຂົ້າເບິ່ງເວັບໄຊ ໄປເປັນຜູ້ມີໂອກາດເປັນລູກຄ້າ ຂອງເຮົາ.

ເວັບໄຊຂອງທ່ານມີບົດຄວາມ ຫຼື ເນື້ອໃນທີ່ກ່ຽວຂ້ອງກັບບໍລິສັດ ຫຼື ທຸລະກິດຂອງທ່ານ ຫຼື ບໍ່ ?
ຖ້າຫາກເນື້ອໃນ ຫຼື ບົດຄວາມ ຂອງເວັບໄຊຂອງທ່ານລ້າສະໄໝ ທ່ານອາດຈະພາດການສອບຖາມ ແລະ ການຂາຍ ທ່ານອາດຈະນຳສະເໜີບໍລິການ ຫຼື ຜະລິດຕະພັນທີ່ແຕກຕ່າງຢ່າງຊິນເຊີງທີ່ເວັບໄຊຂອງທ່ານ ລະບຸເຄັດລັບຂອງເວັບໄຊທີ່ມີປະສິດທິພາບ ຄືການໃຫ້ຂໍ້ມູນທີ່ເປັນປະໂຫຍດ ແລະ ສົດໃໝ່ເປັນປະຈຳ ເຖິງແມ່ນວ່າການອອກແບບເວັບໄຊ ຂອງທ່ານໃໝ່ ຈະບໍ່ແມ່ນເລື່ອງງ່າຍ ແຕ່ກະຄຸ້ມຄ່າກັບຄວາມພະຍາຍາມ ຖ້າຫາກນັ້ນໝາຍຄວາມວ່າທຸລະກິດຂອງທ່ານສາມາດດຶງດູດລູກຄ້າໃໝ່ໆ ແລະ ຢູ່ໃນອັນດັບຕົ້ນໆ ຂອງອຸດສາຫະກຳຂອງທ່ານ ຕໍ່ໄປໄດ້.
ເວັບໄຊຂອງທ່ານ ຊ້າ ຫຼື ບໍ່ ?
ທ່ານຮູ້ ຫຼື ບໍ່ ວ່າຄົນສ່ວນໃຫຍ່ຈະບໍ່ເຂົ້າເບິ່ງເວັບໄຊຖ້າຫາກວ່າໃຊ້ເວລາໃນການໂຫຼດຫຼາຍກວ່າ 3 ວິນາທີ ເວັບໄຊທີ່ຊ້າບໍ່ເຄີຍເປັນສິ່ງທີ່ດີ ເນື່ອງຈາກວ່າມີຄວາມສ່ຽງຕໍ່ການສູນເສຍ ແລະ ສ້າງຄວາມລຳຄານໃຫ້ຜູ້ທີ່ມີໂອກາດເປັນລູກຄ້າ ນອກຈາກນີ້ ເວັບໄຊທີ່ຊ້າຈະສົ່ງຜົນເສຍຕໍ່ການຈັດອັນດັບຂອງເຄື່ອງຄົ້ນຫາຂອງ ລູກຄ້າ Google ໂດຍສະເພາະລູກຄ້າທີ່ຊຳລະເງິນ ຕ້ອງການຊື້ສິນຄ້າອອນລາຍ ຈາກເວັບໄຊທີ່ໜ້າເຊື່ອຖືໄດ້, ເມື່ອທ່ານຮູ້ວ່າເວັບໄຊຂອງທ່ານໃຊ້ເວລາໃນການໂຫຼດດົນເກີນໄປ ທ່ານຄວນເລີ່ມຂໍຄວາມຊ່ວຍເຫຼືອຈາກນັກອອກແບບເວັບໄຊ ມືອາຊີບເພື່ອອອກແບບເວັບໄຊໃຫ້ໃໝ່ ຢ່າງດ່ວນ.
ເວັບໄຊຂອງທ່ານລ້າສະໄໝ ຫຼື ບໍ່ ?
ທ່ານລອງນຶກພາບເບິ່ງຖ້າຫາກທ່ານຕ້ອງການເສື້ອຜ້າ – ທ່ານຍ່າງຜ່ານ ຮ້ານຂາຍເສຶ້ອຜ້າ ທີ່ມີເສຶ້ອເຊີດສີຊີດຈາງ ແລະ ມີຝຸ່ນເກາະຢູ່ເຕັມ ກັບ ຮ້ານທີ່ມີເສື້ອສີສັນສວາຍງາມ ແລະ ເບິ່ງສະອາດງາມຕາ ມີສະຕາຍ, ທ່ານຈະຢ່າງເຂົ້າໄປຊື້ເຄື່ອງຢູ່ຮ້ານໃດ໋. ການອອນແບບເວັບໄຊໃນປັດຈຸບັນ ມີການປ່ຽນແປງໄປຕະຫຼອດເວລາ ແລະ ຖ້າຫາກເວັບໄຊຂອງທ່ານມີອາຍຸຫຼາຍກວ່າ 3 ປີ ເວັບໄຊຂອງທ່ານກໍອາດຈະເບິ່ງແລ້ວລ້າສະໄໝ ເວັບໄຊທີ່ລ້າສະໄໝ ອາດຈະເຮັດໃຫ້ຜູ້ຢ້ຽມຊົມເວັບໄຊເກີດຄຳຖາມຂຶ້ນໃນໃຈວ່າ ບໍລິສັດ ຫຼື ທຸລະກິດ ຍັງຄົງມີຢູ່ ຫຼື ບໍ່ ຖ້າຫາກທ່ານບໍ່ອັບເດດເວັບໄຊເລື້ອຍໆເທົ່າທີ່ຄວນ ການອອກແບບເວັບໄຊຈະມອບໂອກາດທີ່ສົມບູນແບບໃນການແກ້ໄຂບັນຫາຂອງທ່ານໄດ້.
ເວັບໄຊຂອງທ່ານເໝາະສົມກັບອຸປະກອນເຄື່ອນທີ່ ແລະ ຕອບສະໜອງ ຫຼື ບໍ່ ?
ຖ້າຫາກຜູ້ເຂົ້າຊົມເວັບໄຊຂອງເຮົາມີບັນຫາໃນການເບິ່ງຢູ່ອຸປະກອນເຄື່ອນທີ່ ຫຼື ແທ໊ບເລັດ ທ່ານອາດຈະພິຈາລະນາອອກແບບເວັບໄຊໃໝ່ ທ່ານສາມາດເຂົ້າເຖິງຜູ້ເຂົ້າຊົມເວັບໄຊທີ່ກວ້າງຂວາງຂຶ້ນ ດ້ວຍການເພີ່ມປະສິດທິພາບຂອງເວັບໄຊ ຂອງທ່ານ ເພື່ອດຳເນີນການ ແລະ ປັບໃຫ້ເຂົ້າກັບຄວາມລະອຽດ ຫຼື ຂະໜາດໜ້າຈໍ ຂອງອຸປະກອນທັງໝົດໂດຍອັດຕະໂນມັດ ເຊັ່ນ: ຄອມພິວເຕີຕັ້ງໂຕະ, ຄອມພິວເຕີໂນດບຸກ, ໂທລະສັບມືຖື ແລະ ແທ໊ບເລັດ ນອກຈາກການຕອບສະໜອງແລ້ວ ເວັບໄຊຂອງທ່ານຕ້ອງເຮັດວຽກໃນລະດັບທີ່ເໝາະສົມທີ່ສຸດ ແລະ ເປັນທິດກັບຜູ້ຊົມໃຊ້ ທີ່ສຳຄັນທີ່ສຸດການອອກແບບເວັບໄຊ ຂອງທ່ານບໍ່ຄວນລົບກວນປະສົບການຂອງຜູ້ຊົມໃຊ້ ບໍ່ວ່າພວກເຂົາຈະນຳໃຊ້ອຸປະກອນໃດ໋ກໍຕາມ ຖ້າຫາກເວັບໄຊຂອງທ່ານນຳທາງໄດ້ຍາກ ຜູ້ທີ່ມີໂອກາດເປັນລູກຄ້າຂອງທ່ານ ຈະຫັນໜ້າອອກຈາກທ່ານ ແລະ ຊອກຫາບ່ອນອື່ນຢ່າງແນ່ນອນ ສະນັ້ນການປັບປຸງເວັບໄຊ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນຕໍ່ທຸລະກິດຂອງທ່ານ.