Web Browser ແມ່ນຫຍັງ ?
Web Browser (ເວັບບຣາວເຊີ) ແມ່ນຊື່ຂອງໂປຣແກຣມຄອມພິວເຕີ ທີ່ນຳໃຊ້ເຂົ້າໃນການເບິ່ງຂໍ້ມູນ ແລະ ຕິດຕໍ່ສື່ສານ ໃນຮູບແບບເວັບເພສ ໂດຍໂປຣແກຣມຈະແປງພາສາ html ໃຫ້ເຫັນພາສາຄົນທົ່ວໄປສາມາດອ່ານໄດ້ ແລະ ເຂົ້າໃຈໄດ້ຢູ່ໜ້າເວັບ ການນຳໃຊ້ເວັບບຣາວເຊີ ໃນການເຂົ້າເບິ່ງເວັບໄຊ ຜູ້ນຳໃຊ້ຕ້ອງປ້ອນ ຫຼື ພິມ ໂດເມນເນມ (Domain Name) ລົງໄປ ໃນການເຂົ້າເບິ່ງເວັບໄຊຕ່າງໆ ໂດຍໂດເມນເນມ ຈະນຳມາໃຊ້ແທນ IP Address ຫຼື ທີ່ຢູ່ຂອງເວັບໄຊ (ເຄື່ອງເຊີບເວີ ທີ່ເຮັດໜ້າທີ່ເປັນເວັບເຊີບເວີ ຫຼື ເວັບໂຮສຕິງ) ທີ່ເປັນໂຕເລກ ຊຶ່ງຍາກແກ່ການຈື່ຈຳ.
ເປັນປະຕູສູ່ອິນເຕີເນັດ ເບິ່ງໃນແງ່ເຕັກໂນໂລຊີ ເປັນໂປຣແກຣມໜຶ່ງທີ່ຈຳເປັນຕ້ອງມີໃນອຸປະກອນຕ່າງໆ ເຊັ່ນ: ຄອມພິວເຕີ, ແທ໊ບເລັດ ແລະ ໂທລະສັບມືຖື ທີ່ສາມາດເຊື່ອມຕໍ່ອິນເຕີເນັດ, ແຕ່ຫາກເບິ່ງໃນແງ່ນັກການຕະຫຼາດ ເວັບໄຊບຣາວເຊີ ເປັນ Flatform ທີ່ສຳຄັນ ໃນການນຳສະເໜີຂໍ້ມູນຂ່າວສານ ຜ່ານແຕ່ລະ Flatform ທີ່ມີຄວາມແຕກຕ່າງກັນ.
ຄຸນປະໂຫຍດ ຂອງເວັບບຣາວເຊີ
ສາມາດເບິ່ງເອກະສານພາຍໃນເວັບບຣາວເຊີໄດ້, ສະແດງຂໍ້ມູນຂ່າວສານໄດ້ຫຼາຍຮູບແບບ ເຊັ່ນ: ຮູບພາບ, ຂໍ້ຄວາມ ແລະ ວີດີໂອ ຕ່າງໆ ເຮັດໃຫ້ການເບິ່ງເອກະສານຢູ່ໃນໜ້າເວັບ ມີຄວາມໜ້າສົນໃຈຫຼາຍຂຶ້ນ ສົ່ງຜົນໃຫ້ອິນເຕີເນັດໄດ້ຮັບຄວາມນິຍົມຫຼາຍຂຶ້ນໃນປະຈຸບັນ, ເວັບບຣາວເຊີ ສ່ວນໃຫຍ່ຈະຮອງຮັບພາສາ HTML 5 ແລະ CSS ເພື່ອເບິ່ງໜ້າເວັບເພສ ທີ່ມີສີສັນສວຍງາມ.