ຄວາມແຕກຕ່າງລະຫວ່າງ FACEBOOK ແລະ WEBSITE
- ພຽງແຕ່ກົດປຸ່ມ ແລະ ປ້ອນຂໍ້ມູນ ຕາມທີ່ໜ້າຈໍຂອງ ເຟສບຸກ ແນະນຳ ກໍ່ສາມາດສ້າງໄດ້ແລ້ວ;
- ມີ Ads ໃນການສ້າງໂຄສະນາ ທີ່ງ່າຍດາຍ ພຽງແຕ່ Boost Post ຫຼື Promote Page ກໍສາມາດໂຄສະນາໄດ້ແລ້ວ ນອກນັ້ນ Facebook Ads ຍັງສາມາດກຳນົດກຸ່ມເປົ້າໝາຍໄດ້ຢ່າງແນ່ນອນ;
- ການເຜີຍແຜ່ Content ໃຫ້ຜູ້ຕິດຕາມ” ເຮົາໄດ້ງ່າຍ ແລະ ໄວ ເກືອບຈະເຫັນໄດ້ໃນທັນທີຈາກຟີດຂອງຜູ້ຕິດຕາມຂອງເຮົາ;
- Content ໃໝ່ທີ່ສຸດຈະຢູ່ເທິງສຸດ ສ່ວນ Content ເກົ່າຈະຢູ່ລຸ່ມສຸດ ເມື່ອຕ້ອງການເບິ່ງຂໍ້ມູນເກົ່າຕ້ອງໄດ້ເລື່ອນລົງລຸ່ມຫຼາຍທີ່ສຸດ;
- ສາມາດໂຕ້ຕອບກັບຜູ້ນຳໃຊ້ໄດ້ຜ່ານ Comments ແລະ Message ທີ່ຄືກັບການລົມກັນຕໍ່ໜ້າ;
- ຈຸດປະສົງຂອງ Facebook ຄືການສ້າງ Engagement ກັບຜູ້ນໍາໃຊ້ ດັ່ງນັ້ນ Facebook Page ຈຶ່ງປຽບເໝືອນ Community Online ຫຼາຍກວ່າ;
- ເມື່ອ Facebook Page ເປັນຂອງ Facebook ດັ່ງນັ້ນ Facebook Page ຈຶ່ງຕ້ອງຢູ່ພາຍໃຕ້ກົດຂອງ Facebook;
- ໃນ Facebook Page ສາມາດເພີ່ມຄວາມສາມາດໄດ້ໂດຍການຕິດຕັ້ງ Facebook Page Application ລົງໄປ ເຊັ່ນເຮົາຕ້ອງການສ້າງ Feed ຈາກ Youtube ມາລົງໃນ Page ກໍສາມາດເຮັດໄດ້ຜ່ານ Facebook Page Application.
Website
- ເລີ່ມຕົ້ນຈາກການຕັ້ງຊື່,,ໂດເມນ,ຈົດໂດເມນ, ເຊົ່າບ່ອນເກັບຂໍ້ມູນ, ອອກແບບເວັບໄຊ, ສ້າງເວັບໄຊ ແລະ ເຜີຍແຜ່ ຊຶ່ງໃຊ້ເວລາຫຼາຍກວ່າ ເຟສບຸກ
- ຕ້ອງໂຄສະນາຜ່ານ Search Engine ເຊັ່ນ Google Adwords ໂດຍການນໍາໃຊ້ Keyword Research ເຊິ່ງໃຊ້ເປັນຄໍາໃນການໂຄສະນາ. ເພື່ອເຊື່ອມຕໍ່ກັບການໂຄສະນາຂອງເຮົາ
- ຕ້ອງອາໃສ SEO ເພື່ອເຜີຍແຜ່ Content ໂດຍມີ Search Engine ເຊັ່ນ Google ເປັນສື່ກາງ, ເຊິ່ງໃຊ້ເວລາປະມານ 3 3 – 6 ເດືອນ. ຈຶ່ງຈະເຫັນຜົນ
- ສາມາດຈັດໝວດໝູ່ ແລະ Content ໄດ້ຕາມທີ່ເຮົາຕ້ອງການ ຈະໃຫ້ຢູ່ສ່ວນໃດ໋ກໍໄດ້
- ສາມາດໂຕ້ຕອບກັບຜູ້ນຳໃຊ້ ຜ່ານທາງຟອມ ແລະ ອີເມວ
- ເວັບໄຊ ແຕ່ລະເວັບແຕກຕ່າງກັນດ້ວຍການອອກແບບ ດັ່ງນັ້ນ ເວັບໄຊ ຈຶ່ງມີເອກະລັກ ແລະ ສື່ສານ ຄວາມເປັນອົງກອນໄດ້ຫຼາຍກວ່າ
- ໃນເມື່ອເວັບໄຊເຮົາສາມາດຕົກແຕ່ງເພີ່ມເຕີມ ຫຼື ສ້າງໃນຮູບແບບໃດ໋ກໍໄດ້ ເຮົາຈຶ່ງມີອິດສະລະ ບໍ່ຕ້ອງມີໃຜມາຄວບຄຸມເຮົາ
- ເຮົາສາມາດຕິດຕັ້ງໂປຣແກຣມ ຫຼື ຂຽນໂປຣແກຣມເສີມ ສຳລັບເວັບໄຊເອງໄດ້ ແລະ ສາມາດສ້າງຕາມຄວາມຕ້ອງການຂອງເຮົາ.
ໃນປັດຈຸບັນຖ້າຫາກວ່າທ່ານຕ້ອງການທີ່ຈະຊື້-ຂາຍ ແລະ ເຮັດການຕະຫຼາດ online ຕ້ອງໃຊ້ທັງ 02 ຢ່າງ Facebook Page ກໍສາມາດດຶງຄົນມາເຂົ້າເບິ່ງເວັບໄຊ ທີ່ມີການຈັດລະບຽບເນື້ອໃນເປັນຢ່າງດີ ແລະ ເວັບໄຊເອງ ຖ້າຫາກສ້າງ SEO ໄດ້ແລ້ວກໍສາມາດດຶງຄົນມາລົມກັນທີ່ Facebook Page ໄດ້ເຊັ່ນກັນ ແລະ ເວັບໄຊຍັງມີສ່ວນຊ່ວຍໃຫ້ Facebook Page ຂອງເຮົາມີຄວາມໜ້າເຊື່ອຖືຫຼາຍກວ່າ Page ທີ່ບໍ່ມີເວັບໄຊຮອງຮັບ. ສະຫນັບສະຫນູນເຊັ່ນດຽວກັນ.