ເມືອງຈັນທະບູລີ

ນະຄອນຫຼວງວຽງຈັນ

info@laowebmaster.com

24/7 ການຊ່ວຍເຫຼືອລູກຄ້າ

ໂດເມນເນມ (Doamin Name) ແມ່ນຫຍັງ ?

ໂດເມນແມ່ນຊື່ຂອງເວັບໄຊ, ທີ່ຢູ່ຂອງເວັບໄຊ ຫຼື ສິ່ງທີ່ເຮົາພິມຢູ່ທີ່ Address Bar ຂອງເວັບບຣາວເຊີ (Web Browser). ຕົວຢ່າງເວລາເຮົາຈະເຂົ້າເບິ່ງໜັງຢູ່ Youtube ຈະຕ້ອງພິມຄຳວ່າ www.youtube.com ສິ່ງນີ້ແມ່ນໂດເມນເນມນັ້ນເອງ, ໂດຍໂດເມນເນມຈະແບ່ງອອກເປັນ 3 ສ່ວນ, ນັບຈາກຫຼັງມາໜ້າ ຫຼື ຈາກຂວາຫາຊ້າຍ ເຊັ່ນ:

ເວລາຈົດໂດເມນ ຫຼື ລົງທະບຽນໂດເມນ ເຮົາຈະນຳໃຊ້ສະເພາະສ່ວນທີ່ 1 ແລະ ສ່ວນທີ່ 2 ເທົ່ານັ້ນ ເຊັ່ນ: youtube.com,  google.com, amazone.com, yahoo.com, laogov.gov.la ແລະ ອື່ນໆ

Top Level Domain Name

Top-Level Domain ໂຕຫຍໍ້ TLD ນຳໃຊ້ສຳລັບຈັດກຸ່ມເວັບໄຊ ເຊັ່ນ:

ນອກຈາກນັ້ນ ຍັງມີ TLD ອື່ນໆ ອີກຫຼາຍໃນໂລກນີ້ ເຊັ່ນ: .stream, .win, .website, .solutions ຍັງມີກຸ່ມ .com, .net, .org ເຮົາເອີ້ນວ່າ generic top level domain ຊຶ່ງນຳໃຊ້ທົ່ວໄປ ແລະ TLD ຍັງມີລະດັບປະເທດ ຕົວຢ່າງ: ປະເທດລາວກໍຈະລົງທ້າຍດ້ວຍ .la ດັ່ງນີ້:

ການຕັ້ງຊື່ ແລະ ເລືອກ ໂດເມນເນມ ທີ່ດີ ຕ້ອງເລືອກດັ່ງນີ້: